ຂ່າວເດັ່ນ
ກຳລັງໂຫຼດ..
Sunday, June 30, 2013

Info Post


 ກອງໜ້າດາວສັນໂວຂອງຢູຣູກວຍຢືນຢັນວ່າເຂົາບໍ່ໄດ້ກັງວົນວ່າເຂົາຈະຫຼີ້ນຢູ່ໃສໃນລະດູການໜ້າແລະເຂົາພຽງຕັ້ງໃຈຫຼິ້ນໃຫ້ທີມຊາດ

ແອດິນຊັນຄາວານີເວົ້າວ່າ:ເຂົາໃຈຮ້າຍກັບຂ່າວລືໃນການຍ້າຍຕົວແລະອານາຄົດຂອງເຂົາໃນຂະນະທີເຂົາກຽມຈະນຳໄຊຊະນະມາໃຫ້ຊາດຂອງເຂົາໃນຮອບຊິງທີ່ສາມໃນການແຂ່ງຂັນຖ້ວຍຟີຟາຫລືຄອນເຟີເດເຣຊັນ ຄັບກັບອີຕາລີໃນວັນທິດນີ້.

      ກອງໜ້າທີມນາໂປລີຄົນນີ້ໄດ້ຖືກຕິດຕໍ່ກັບຫລາຍສະໂມສອນໃນທົ່ວຢູໂຫຼບ ເຊັ່ນກັບReal Madrid ,Manchester City ຕາມລາຍງານສອງສມສຕ່າງກໍສົນໃຈທີ່ຈະນຳຕົວເຂົາເຂົ້າທີມໃຫ້ໄດ້.

ແຕ່ເຂົາເມື່ອຍກັບຂ່າວລືຕ່າງໆແລະໄດ້ປະຕິເສດທີ່ຈະເວົ້າເຖິງອານາຄົດ,ເຂົາພຽງສຸມໃສໃນເກມໜ້າຂອງການທົດສອບລະດັບສາກົນຂອງເຂົາແລະທີມ

ເຂົາບອກກັບນັກຂ່າວວ່າ: ເລີ້ມຕົ້ນພວກເຈົ້າເວົ້າກັນບໍໄດ້ລົບກວນຂອ້ຍ ແຕ່ດຽວນີ້ຂອ້ຍຍອມຮັບວ່າ ຂ່າວລືພວກນີ້ແມ່ນລົບກວນຂອ້ຍຫລາຍແລະນ່າເບື່ອ

ພວກເຈົ້າເວົ້າຫລາຍສຳລັບຫລາຍເລື້ອງ,ພວກເຈົ້າບໍຄວນຈະເວົ້າມັນອີກໃນດຽວນີ້ ຂອ້ຍມີໜ້າທີ່ໃນການແຂ່ງຂັນນີ້ ຂອ້ຍພຽງແຕ່ຄິດໃນນັດຕໍ່ໄປກັບອີຕາລີ
ຂອ້ຍເຕະບານອາຊີບຢູ່ອີຕາລີ ຂອ້ຍຮູ້ຈັກພວກເຂົາທັງໝົດ ຂອ້ຍຫວັງວ່າພວກເຂົາຫຼີ້ນແລະໂຊຜົນງານທີ່ດີໃນທົວນາເມັນ,ດັ່ງນັ້ນ ຂອ້ຍຕອ້ງຍິນດີກັບພວກເຂົາ ແຕ່ນັດໃນວັນທິດ ພວກເຮົາຕອ້ງການໄຊຊະນະ ຂອ້ຍຕອ້ງການຍົກສູງປະເທດຂອງຂອ້ຍໃຫ້ຢືນຢູ່ລະດັບສາກົນໃນກິລາປະເພດນີ້
ສ່ວນOOscar Tabarezໄດ້ສະທອ້ນຄຳເວົ້າຂອງລູກທີມວ່າ: ພວກເຮົາໜ້າເຊີງໜ້າກັບຂ້າງທີ່ແຂງ,ແຕ່ໃນຈຸດນີ້ທຸກສິ່ງສາມາດເກີດຂື້ນ ພວກເຮົາຕອ້ງຈົບການແຂ່ງຂັນນີ້ກັບຜົນງານທີ່ດີທີ່ສຸດຖ້າເປັນໄປໄດ້
ຫລັງຈາກນັ້ນ Luis Suarez ແລະDiego Godin ເປີດເຜີຍວ່າ ພວກເຂົາຈະບຸກໂຈມຕີທີມອີຕາລີກັບໂອກາດ ເພື່່ອໄລ່ຜີສາດຈາກການເສຍໃຫ້ເຢຍລະມັນໃນການຊີງທີ່ສາມໃນບານໂລກຄັ້ງກອ່ນ
Suarez ເປີດເຜີຍໃນເວບໄຊຂອງຟີຟາ: ທຸກຄັ້ງທີ່ພວກເຮົານຸ່ງຊຸດCelesteພວກເຮົາຕອ້ງການໄຊຊະນະແລະຄອງທີ່ສາມໃນທົວນາເມັນນີ້ແມ່ນມີຄວາມໝາຍສຳລັບພວກເຮົາ
ອີກຢ່າງນື່ງ, ມັນຍັງຄັຍແຄ້ນໃຈທີ່ພວກເຮົາບໍ່ສາມາດສຳເລັດຜົນໃນບານໂລກຄັ້ງກອ່ນ;ໂດຍພວກເຮົາເສຍໃຫ້ອີນຊີເຫຼັກເຢຍລະມັນ
Godin ເວົ້າຊ້ຳວ່າ: ມັນເປັນເລື້ອງທີ່ເຈັບແຊບສຳລັບພວກເຮົາທັງໝົດ,ເພາະພວກເຮົາໄດ້ມາໄກ້ກັບຮອບຊີງຊະນະເລີດ ພວກເຮົາທັງໝົດ ກຳລັງຄິດດຽວນີ້ແມ່ນ ຊະນະອີຕາລີ ຄອງທີ່ສີ່ໃນທົວນາເມັນຕ່າງກັນຫລາຍກັບທີ່ສາມ"

ຂັດແລລະແປຈາກ soccerway

0 comments:

Post a Comment