ຂ່າວເດັ່ນ
ກຳລັງໂຫຼດ..
Sunday, June 30, 2013

Info Post








ລາຍຊື່ຂອງສາມນັກເຕະທີ່ດີທີ່ສຸດໃນConfederations Cupມີບຣາຊີລຽນ Paulinho ກອງໜ້າຢູຣູກວຍຊົວແຣສ ກອງຫລັງສະເປນ ຣາໂມສ

 ອີນນິສຕາຈາກສະເປນພອ້ມກັບເນມາຈາກບຣາຊິວນອນໃນຫົກລາຍຊື່ທີ່ຈະເຂົ້າລຸ້ນໃນການຊີງລາງວັນລູູກບານທອງຄຳໃນConfederation Cup

ເນມາເປັນນັກເຕະຜູ້ດຽວທີ່ໄດ້ຄອງຜູ້ຫລີ້ນຍອດຢຽ້ມຂອງນັດສອງເທື່ອໃນທົວນາເມັນນີ້,ໃນຂະນະທີ່ເພືອນຮ່ວມທີມໃໝ່ຂອງບາເຊໂລນາ ອີນນິສຕາໄດ້ຊ່ວຍໃຫ້ສະເປນເຂົ້າໄປຮອງຊີງກັບຣາຊິວໃນວັນທິດນີ້

ເນມາແລະPaulinhoໄດ້ສ້າງຜົນງານອັນສວຍງາມໃນທົວນາເມັນ ໂດຍສະເພາະນັດທີ່ຊະນະຢູຣູກວຍທີ່Paulinhoທຳປະຕູແລະເກັບໄຊຊະນະໃນຫ້ານາທີສຸດທ້າຍຂອງເກມ,

ອີກຄົນນື່ງແມ່ນSergio Ramos ເປັນພຽງຜູ້ທີ່ຖືກສະເໜີຊື່ອີກຜູ້ນື່ງທີ່ໂຊຜົນງານສະໝ່ຳສະເໝີໃນການແຂ່ງຂັນລະດັບໃນທົວນາເມັນ
ແລະຖືກເລືອກເຂົ້າລຸ້ນລາງວັນລູກບານຄຳຜູ້ທີ່ຫົກແມ່ນກອງກາງຕົວເກົາຂອງອີຕາລີAndrea Pirloທີ່ເປັນຕົວສຳຄັນທີ່ນຳທີມເຂົ້າຮອບສີ່ທີມແລະຍິງປະຕູFREE KICK ເຂົ້າໃນນັດທີ່ຮອ້ຍສຳລັບການລົງແຂ່ງໃຫ້ທີມຊາດຂອງຈອມພົນສີຟ້າ.

ສ່ວນຕົວແທນຂອງຢູຣູກວຍແມ່ນLuis Suarezຜູ້ທີ່ຍິງປະຕູສາມລູກໃນທົວນາເມັນແລະກາຍເປັນ ຜູ່ຍິງປະຕູສູງສຸດຂອງທີມຊາດຕະຫລອດ

ເນມາຫລືພໍລີນໂຢຄວນຈະໄດ້ຄອງລາງວັນລູກບານຄຳ ແລ້ວພວກເຂົາຈະກາຍເປັນຜູ້ຫລິ້ນບຣາຊິຄົນຕໍ່ໄປທີ່ຊະນະລາງວັນ ລູກບານຄຳນີ້,

ນັກເຕະບຣາຊິວທີ່ເຄີຍຊະນະລາງວັນ ເຊັ່ນ ກາກາ ປີ2009 ແລະAdriano' ປີ 2005

ໃນອາດີດທີ່ເຄີຍຊະນະລາງວັນມີດາວຊັນໂວຂອງບຣາຊິວເຊັ່ນ Denilson and Ronaldinho

ສ່ວນນັກເຕະທີ່ເຄີຍຮັບລາງວັນທີ່ບໍ່ແມ່ນບຣາຊີລຽນແມ່ນ Robert Pires ແລະThierry Henry ອາດີດນັກເຕະຊາວຝຣັ່ງ

ໃນນັດສຸດທ້າຍຂອງການແຂ່ງຂັນຮອບຊີງທີ່ສາມແລະຮອບຊີງຊະນະເລີດຈະໄດ້ຈັດຂື້ນໃນວັນທິດນີ້
ຕາມເວລາ 17 ໂມງ BST ລະວ່າງຢູຮູກວຍເຈີອີຕາລີແລະຕາມດ້ວຍBrazil-Spainໃນເວລາ 23ໂມງBST (ເວລາຂອງອັງກິດ)

ຂັດແລະແປຈາກGOAL.COM

0 comments:

Post a Comment